ແຂວງ ຫົວພັນ
Friday, December 15, 2017
Monday, December 11, 2017
ແຂວງຫົວພັນຈົດທະບຽນຖິ່ນກຳເນີດ ເຂົ້າໄກ່ນ້ອຍແລ້ວ
ກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ຮ່ວມກັບ ອົງການອາຫານ ແລະ
ກະສິກຳ ແຫ່ງສະຫະປະຊາຊາຊາດ (FAO=Food and Agriculture Organization Of the united nations) ໄດ້ຈັດກອງປະຊຸມ ກະກຽມຈົດທະບຽນຖິ່ນກຳເນີດ ເຂົ້າໄກ່ນ້ອຍແຂວງຫົວພັນຂຶ້ນ ໃນວັນທີ 1 ກຸມ ພາ 2016 ທີ່ເມືອງຊຳເໜືອ ແຂວງຫົວພັນ ໂດຍການເປັນປະທານຮ່ວມຂອງ ທ່ານ ດຣ. ນາງ ຂັນລາສີ ແກ້ວບຸນ ພັນ ຫົວໜ້າກົມຊັບສິນທາງປັນຍາ, ກວຕ ແລະ ທ່ານ ຄຳພອນ ເພັງຂະຕິຍະ ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຫົວພັນ ຊຶ່ງມີບັນດາທ່ານຜູ້ຕາງໜ້າຈາກພາກສ່ວນທ້ອງຖິ່ນ ຄືຫ້ອງວ່າການແຂວງ, ພະ ແນກສາທາລະນະສຸກແຂວງ, ພະແນກກະສິກຳ ແລະ ປ່າໄມ້ແຂວງ, ພະແນກຊັບພະຍາກອນ ແລະ ສິ່ງແວດ ລ້ອມແຂວງ, ພະແນກອຸດສະຫະກຳ ແລະ ການຄ້າ ແຂວງ, ພະແນກຖະແຫຼງຂ່າວ ແລະ ວັດທະນະທຳແຂວງ, ກຸ່ມຜູ້ລິດ-ຜູ້ປະກອບການເຂົ້າໄກ່ນ້ອຍ ແລະ ຄະນະເດີນທາງຈາກນະຄອນຫຼວງວຽງຈັນ ລວມທັງໝົດ 36 ທ່ານ.
ກອງປະຊຸມດັ່ງກ່າວ ແມ່ນກິດຈະກໍາໜຶ່ງຂອງໂຄງການພັດທະນາຊົນນະບົດ ໂດຍຜ່ານການພັດທະນາ ຖິ່ນກໍາເນີດ ລະດັບພາກພື້ນໃນອາຊີ ທີ່ໄດ້ຮັບທຶນຊ່ວຍເຫຼືອລ້າຈາກອົງການພັດທະນາ ຂອງປະເທດຝຣັ່ງ (AFD) ຜ່ານອົງການຟາວ (FAO) ຊຶ່ງແມ່ນທ່ານ ສະເຕຟານ ປຣາດເຊີຣີ (Stephane Passeri) ຮັບຜິດຊອບເປັນ ຜູ້ປະສານງານໂຄງການລະດັບພາກພື້ນ.
ກອງປະຊຸມຄັ້ງນີ້ ເປັນກອງປະຊຸມຄັ້ງທຳອິດກ່ຽວກັບ ການກະກຽມການຈົດທະບຽນຖິ່ນກຳເນີດ (Geographical Indication Registration) ຢູ່ແຂວງຫົວ ພັນ. ຜູ້ຮ່ວມກອງປະຊຸມ ໄດ້ຮັບຮູ້ ແລະ ທຳ ຄວາມເຂົ້າໃຈ ກ່ຽວກັບວຽກງານຖິ່ນກຳເນີດ, ຂັ້ນຕອນການກະກຽມຈົດທະບຽນຖິ່ນກຳເນີດເຂົ້າໄກ່ນ້ອຍ ພ້ອມ ທັງແລກ ປ່ຽນສົນທະນາຮ່ວມກັບກຸ່ມຜູ້ຜະລິດ, ຜູ້ປະກອບການເຂົ້າໄກ່ນ້ອຍພາຍໃນແຂວງຫົວພັນ, ເພື່ອເຮັດໃຫ້ ເຂົ້າໄກ່ນ້ອຍພາຍໃນແຂວງຫົວພັນ ສາມາດຈົດທະບຽນຖິ່ນກຳເນີດຕາມເປົ້າໝາຍ.
ທ່ານ ດຣ. ນາງ ຂັນລາສີ ແກ້ວບຸນພັນ, ຫົວໜ້າກົມຊັບສິນທາງປັນຍາ, ໄດ້ກ່າວໃນທີ່ປະຊຸມວ່າ: “ການເຂົ້າເປັນສະມາຊິກ ປະຊາຄົມເສດຖະກິດອາຊຽນ ຂອງ ສປປ ລາວ ໄດ້ປະເຊີນກັບການແຂ່ງຂັນທັງພາກ ພື້ນກໍຄືສາກົນຢ່າງຂຸ້ນຂ້ຽວ ແລະ ປັດຈຸບັນ ບັນດາປະເທດທີ່ພັດທະນາແລ້ວ ໄດ້ນຳໃຊ້ເຕັກໂນໂລຊີ ວິທະຍາສາດ ແລະ ນະວັດຕະກຳໃໝ່, ຫົວຄິດປະດິດສ້າງ ແລະ ຊັບສິນທາງປັນຍາ ໃນການສ້າງມູນຄ່າເພີ່ມໃຫ້ສິນຄ້າພ້ອມ ທັງໃຊ້ເປັນເຄື່ອງມືໃນການສ້າງຂໍ້ໄດ້ປຽບທາງດ້ານການແຂ່ງ ຂັນໃນເສດຖະກິດ, ຕະຫຼາດ. ສະນັ້ນ, ໃນສະພາບ ການ ການສ້າງສາພັດທະນາປະຊາຊາດ ໃນໄລຍະໃໝ່ ການພົວພັນຮ່ວມມື ໃນການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໄດ້ຮຽກຮ້ອງໃຫ້ມີການພັດທະນາເສດຖະກິດແຫ່ງຊາດ, ເພື່ອໃຫ້ມີຄວາມອາດສາມາດໃນການແຂ່ງຂັນ ດັ່ງກ່າວ ເຄື່ອງມືອັນສຳຄັນ ແມ່ນການນຳໃຊ້ຫົວຄິດປະດິດສ້າງ ເວົ້າສະເພາະ ແມ່ນການຈົດຖະບຽນຖິ່ນກຳເນີດ ຊຶ່ງຖືວ່າເປັນຊັບສິນທາງປັນຍາຂອງຊຸມຊົນ, ຊ່ວຍໜູນໃຫ້ ສປປ ລາວ ສາມາດແຂ່ງຂັນເສດຖະກິດໃນພາກພື້ນ ກໍຄື ສາກົນ”.
ເພື່ອເຮັດໃຫ້ວຽກງານຈົດທະບຽນຖິ່ນກຳເນີດເຂົ້າໄກ່ນ້ອຍ ແຂວງ ຫົວພັນ ມີປະສິດພາບ ແລະ ປະສິດທິຜົນ ແລະ ກະກຽມການຈັດກຸ່ມຜູ້ຜະລິດເຂົ້າໄກ່ນ້ອຍ ໃນເຂດການຜະລິດ, ຄະນະເດີນທາງ ໄດ້ສືບຕໍ່ລົງ ສຳຫຼວດ ຫຼັງການຈັດຕັ້ງປະຕິບັດວາລະກອງປະຊຸມ ແລະ ຕິດຕາມ, ສຳຫຼວດພື້ນທີ່ການຜະລິດເຂົ້າໄກ່ນ້ອຍ ໃນສອງວັນທີ່ຜ່ານມາ, ຄະນະເດີນທາງ ຊຶ່ງນຳໂດຍ ທ່ານ ດຣ. ນາງ ຂັນລາສີ ແກ້ວບຸນພັນ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ນາງ ແພງ ກັນຍາພິມ ຮອງເລຂາພັກແຂວງ, ຮອງເຈົ້າແຂວງແຂວງຫົວພັນ ໃນຕອນເຊົ້າຂອງວັນທີ 3 ກຸມພາ 2016. ການເຂົ້າຢ້ຽມຂ່ຳນັບຄັ້ງນີ້ ແມ່ນເພື່ອລາຍງານ ຜົນການຈັດຕັ້ງປະຕິບັດວຽກງານ ໃນການກະກຽມ ການຈົດທະບຽນຖິ່ນກຳເນີດຂອງເຂົ້າໄກ່ນ້ອຍ ໃນແຂວງຫົວພັນ ຊຶ່ງມີຄວາມພ້ອມທັງດ້ານນິຕິກຳຮອງຮັບການ ຈົດທະບຽນຖິ່ນກຳເນີດ, ຜູ້ຜະລິດ ແລະ ຜູ້ປະກອບການ ແລະ ຂັ້ນຕອນການຈັດຕັ້ງທີ່ດຳເນີນປັດຈຸບັນຄືການ ຈັດພື້ນທີ່ຜະລິດເຂົ້າໄກ່ນ້ອຍ ທີ່ບ້ານຊຽງຊື້, ເມືອງວຽງໄຊ ແຂວງຫົວພັນ ໃນວັນທີ 2 ກຸມພາ 2016.
ຫຼັງການຈັດຕັ້ງປະຕິບັດວາລະກອງປະຊຸມ ແລະ ຕິດ ຕາມ, ສຳຫຼວດພື້ນທີ່ການຜະລິດເຂົ້າໄກ່ນ້ອຍໃນສອງວັນ ທີ່ຜ່ານມາ, ຄະນະເດີນທາງ ຊຶ່ງນຳໂດຍ ທ່ານ ດຣ. ນາງ ຂັນລາສີ ແກ້ວບຸນພັນ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ນາງ ແພງ ກັນຍາພິມ ຮອງເລຂາພັກແຂວງ, ຮອງເຈົ້າແຂວງ ແຂວງຫົວພັນ ໃນຕອນເຊົ້າຂອງວັນທີ 3 ກຸມພາ 2016. ການເຂົ້າຢ້ຽມຂ່ຳນັບຄັ້ງນີ້ ແມ່ນເພື່ອລາຍງານຜົນ ການຈັດຕັ້ງປະຕິບັດວຽກງານການກະກຽມການຈົດທະບຽນ ຖິ່ນກຳເນີດຂອງເຂົ້າໄກ່ນ້ອຍ ໃນແຂວງຫົວພັນ ຊຶ່ງມີຄວາມພ້ອມທັງດ້ານນິຕິກຳຮອງຮັບ ການຈົດທະບຽນຖິ່ນ ກຳເນີດ, ຜູ້ຜະລິດ ແລະ ຜູ້ປະກອບການ ແລະ ຂັ້ນຕອນການຈັດຕັ້ງທີ່ດຳເນີນປະຈຸບັນ ຄືການຈັດກຸ່ມຜູ້ຜະ ລິດເຂົ້າໄກ່ນ້ອຍພາຍໃນແຂວງຫົວພັນ ເພື່ອຮອງຮັບ ການແຂ່ງຂັນກັບພາກພື້ນ ແລະ ສາກົນໃນອານາຄົດ. ພ້ອມນັ້ນ ຍັງໄດ້ສະເໜີແຜນການຈັດຕັ້ງປະຕິບັດ ກ່ຽວກັບການຈົດທະບຽນຖິ່ນກຳເນີດ ໃຫ້ປະສົບຜົນສຳເລັດ ໃນປີນີ້ ມີຢູ່ 2 ຜະລິດຕະພັນ ຄື: ເຂົ້າໄກ່ນ້ອຍ ແລະ ກາເຟພູພຽງບໍລິເວນ ຊຶ່ງຈະເປັນ 2 ຜະລິດຕະພັນທຳອິດ ຂອງ ສປປ ລາວ.
ຕອນທ້າຍ, ທ່ານນາງ ແພງ ກັນຍາພິມ ຮອງເລຂາພັກແຂວງ, ຮອງເຈົ້າແຂວງ, ແຂວງຫົວພັນ, ໄດ້ກ່າວສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ຄະນະຈັດຕັ້ງ ປະຕິບັດ ພ້ອມຝາກຄວາມເຊື່ອໝັ້ນນຳກົມ ຊັບສິນທາງປັນຍາ ກໍຄືກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ອົງການຟາວ ພ້ອມດ້ວຍຄະນະຈາກ ພາກສ່ວນທີ່ກ່ຽວ ຂ້ອງ ຈະສູ້ຊົນເພື່ອໃຫ້ໄດ້ຮັບຜົນສຳເລັດ ແລະ ທາງແຂວງຫົວພັນ ພ້ອມທີ່ຈະໃຫ້ການສະໜັບ ສະໜູນຢ່າງເຕັມທີ່ ເພື່ອໃຫ້ວຽກງານປະສົບຜົນສຳເລັດ.
ເຂົ້າໄກ່ນ້ອຍກຳລັງເຫຼືອງ(ທົງນາພຽງ)
![]() |
Subscribe to:
Comments (Atom)
ຟອມເກັບລາຍຊື່ຫ້ອງ GEO IT 18 A
-
ກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ຮ່ວມກັບ ອົງການອາຫານ ແລະ ກະສິກຳ ແຫ່ງສະຫະປະຊາຊາຊາດ ( FAO=Food and Agriculture O...
-
ປ່າຜັ່ນ ຍ່າຂັນເຕີ້ ຄວກຂູມ ເປັນອາຫານທີ່ທຸກຄົນໄດ້ໄປຫົວພັນຕ້ອງໄດ້ລອງ







