ໜ້າຫຼັກ

ທ່ານ ພັນ​ຄຳ ວິພາ​ວັນ ຮ​ອງປະທານ​ປະ​ເທດ​ ແຫ່ງ​ ສປປ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫົວພັນ



  ໃນຕອນເຊົ້າຂອງວັນທີ 17/05/2016 ທ່ານ ພັນ​ຄຳ ວິພາ​ວັນ ຮ​ອງປະທານ​ປະ​ເທດ​ ແຫ່ງ​ ສປປ ລາວ ໄດ້ໃຫ້ກຽດເປັນພິທີໃສ່ບາດສະຫຼອງແກ້ວຫຼັກເມືອງ ທີ່ຊໍາເໜືອ ຄົບຮອບ 8 ປີ ແກ້ວຫຼັກເມືອງ ຕັ້ງຢູ່ໃຈກາງເທດສະບານ ເມືອງຊຳເໜືອ ແຂວງຫົວພັນ ອົງຄະນະພັກ-ອຳນາດການປົກຄອງແຂວງຫົວພັນ ໄດ້ຕົກລົງກໍ່ສ້າງ ສວນແກ້ວຫຼັກເມືອງຂຶ້ນ ໃນວັນທີ່ 24/9/2007 ແລະ ໄດ້ສຳເລັດວັນທີ 17/5/2008.

ປັດຈຸບັນສວນແກ້ວຫຼັກເມືອງ ໄດ້ກາຍເປັນສະຖານທີ່ ທີ່ສັກສິດ ດ້ວຍ 4 ສັດຈະທໍາ ຢູ່ເສົາໜ່ວຍແກ້ວຫຼັກເມືອງ ແລະ ກາຍເປັນສະຖານທີ່ແຫຼ່ງທ່ອງທ່ຽວ ທີ່ສຳຄັນຂອງແຂວງຫົວພັນ.

ໃນວັນທີ່ 17/05/2016 ການນໍາ ແລະ ປະຊາຊົນຊາວເມືອງຊໍາເໜືອ ແລະ ໃກ້ຄຽງ ໄດ້ພ້ອມກັນເຮັດພິທີ ທໍາບຸນໃສ່ບາດ ແລະ ມ່ວນຊື່ນຄົບງັນ.

ຫລັງຈາກນັ້ນ,ທ່ານຮອງປະທານປະເທດຍັງໄດ້ໂອ້ລົມເນັ້ນໃຫ້ອຳນາດການປົກຄອງ ທຸກຂັ້ນຂອງແຂວງຫົວພັນ ພັດທະນາແຂວງໃຫ້ໄປຕາມ 4 ບຸກທະລຸ, ເປັນເຈົ້າການພັດ ທະນາຕົນເອງ ລວມທັງອະນຸ ລັກຮັກສາທຳມະຊາດ, ພ້ອມ ນັ້ນ ກໍໃຫ້ເອົາໃຈໃສ່ຄົ້ນຄວ້າ ເຊື່ອມຊຶມມະຕິກອງປະຊຸມ ໃຫຍ່ ຄັ້ງທີ X ຂອງພັກ. ຂະນະ ທີ່ ທ່ານເຈົ້າແຂວງຫົວພັນລາຍ ງານວ່າ: ເສດຖະກິດແຂວງຫົວ ພັນ ຂະຫຍາຍຕົວຢູ່ໃນລະດັບ 8-9% ຕໍ່ປີ.


ເມື່ອວັນທີ 16 ພຶດສະພາ ຜ່ານມານີ້ ທ່ານ ພັນຄຳ ວິພາ ວັນ ຮອງປະທານປະເທດ ໄດ້ ເຄື່ອນໄຫວຢ້ຽມຢາມ ແລະ ໂອ້ລົມພະນັກງານແຂວງຫົວ ພັນ ໂດຍເປັນກຽດເຂົ້າຮ່ວມ ຮັບຟັງຂອງທ່ານ ວັນໄຊ ແພງ ຊຸມມາ ກຳມະການສູນກາງ ພັກ ເລຂາພັກແຂວງ ເຈົ້າແຂວງ ຫົວພັນ, ມີບັນດາທ່ານການນຳ ຂັ້ນແຂວງ, ເມືອງຊຳເໜືອ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ພ້ອມດ້ວຍ ພະນັກງານ-ລັດຖະກອນທົ່ວ ເທດສະບານແຂວງເຂົ້າຮ່ວມ ຮັບຟັງນຳ.

ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງຫົວພັນ ໄດ້ລາຍ ງານສະພາບລວມ ແລະ ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມ ຄັ້ງທີ IX ຂອງອົງຄະ ນະພັກແຂວງ ແລະ ມະຕິ X ຂອງສູນກາງພັກ ໂດຍຍົກໃຫ້ ເຫັນແຂວງຫົວພັນໃນໄລຍະ ຜ່ານມາ ມີສະຖຽນລະພາບ ທາງດ້ານການເມືອງ, ສັງຄົມ ມີຄວາມສະຫງົບປອດໄພ, ເສດຖະກິດມີການຂະຫຍາຍ ຕົວຕໍ່ເນື່ອງໃນລະດັບ 8-9%, GDP ບັນລຸ 864 ໂດລາສະ ຫະລັດຕໍ່ຄົນຕໍ່ປີ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນຍັງເຫຼືອ 22,16% ຂອງຄອບ ຄົວທັງໝົດໃນທົ່ວແຂວງຈາກ ຜົນງານທີ່ສ້າງມາໄດ້ ທ່ານ ຮອງປະທານປະເທດ ໄດ້ຍ້ອງ ຍໍຊົມເຊີຍຜົນງານ ທີ່ແຂວງຫົວ ພັນ ຍາດມາໄດ້ໃນໄລຍະຜ່ານ ມາ ແລະ ໄດ້ຮຽກຮ້ອງໃຫ້ຄະ ນະພັກ, ອຳນາດການປົກຄອງ ທຸກຂັ້ນ ຈົ່ງມີສະຕິລະວັງຕົວ, ມີຄວາມສາມັກຄີຊ່ວຍເຫຼືອຊຶ່ງ ກັນ ແລະ ກັນ ເປັນຈິດໜຶ່ງໃຈ ດຽວ, ເປັນເຈົ້າການພັດທະນາ ຕົນເອງ ພ້ອມກັນອະນຸລັກຮັກ ສາທຳມະຊາດ, ສືບຕໍ່ພັດທະ ນາແຂວງໃຫ້ໄປຕາມ 4 ບຸກ ທະລຸ ແລະ ເອົາໃຈໃສ່ຄົ້ນຄວ້າ ເຊື່ອມຊຶມເນື້ອໃນມະຕິ X ຂອງພັກ ໃຫ້ປະກົດຜົນເປັນ ຈິງ. 

ນອກນັ້ນ​, ທ່ານ ພັນ​ຄຳ ວິພາ​ວັນ ຮ​ອງປະທານ​ປະ​ເທດ​ ແຫ່ງ​ ສປປ ລາວຍັງໄດ້​ຈັດ​ພິທີ ​ເປີດ​ການກໍ່ສ້າງ​ ໂຮງຮຽນສົງ​ ຢູ່​ວັດ​ອົງ​ຕື້ ສີ​ບຸນ​ເຮືອງ ​ໃນ​ວັນ​ທີ 18 ພຶດສະພາ 2016 ​ໂດຍ​ການ​ເຂົ້າຮ່ວມ​ ຂອງ​ທ່ານ ພັນ​ຄຳ ວິພາ​ວັນ ຮ​ອງປະທານ​ປະ​ເທດ​ ແຫ່ງ​ ສປປ ລາວ, ທ່ານ ວັນ​ໄຊ ​ແພງ​ຊຸມ​ມາ ​ເຈົ້າ​ແຂວງ​ຫົວພັນ, ມີ​ບັນດາ​ທ່ານ​ ການ​ນຳ​ຂັ້ນ​ແຂວງ, ​ເມືອງ​ຊຳ​ເໜືອ ພ້ອມ​ດ້ວຍ​ມວນ​ຊົນ ​ແລະ ພາກສ່ວນ​ກ່ຽວຂ້ອງ ​ເຂົ້າ​ຮ່ວມ.
​ໂຮງຮຽນສົງ ຫລັງດັ່ງກ່າວ, ຈະ​ສ້າງ​ເປັນ​​ອາຄານ 2 ຊັ້ນ, ປະກອບ​ມີ 8 ຫ້​ອງຮຽນ ໂດຍ​ແມ່ນບໍລິສັດ ​ແສງ​ທອງ​ກໍ່ສ້າງ​ ເປັນ​ຜູ້​ຮັບ​ເໝົາກໍ່ສ້າງ​, ລວມມູນ​ຄ່າ​ ການ​ກໍ່ສ້າງ 2 ຕື້​ກວ່າ​ກີບ, ​ໃນ​ນັ້ນ ​ເປັນ​ເງິນ​ ປະກອບສ່ວນ​ຂອງ ທ່ານ​ຮອງປະທານ​ປະ​ເທດ 270 ລ້ານກວ່າ​ກີບ ​ແລະ ອີກ​ຈຳນວນ​ໜຶ່ງ​ ແມ່ນ​ການ​ປະກອບ​ສ່ວນ ຈາກພາກສ່ວນ​ຕ່າງໆ​ ໃນນະຄອນຫລວງວຽງຈັນ, ​ອົງ​ການ​ສົງ ​ເກົາຫລີ ​ແລະ ພາກສ່ວນ​ອື່ນໆ ທີ່​ໄດ້​ພ້ອມ​ກັນ ​ປະກອບ​ທຶນຮອນ, ​ເຫື່ອ​ແຮງ​ຮ່ວມ​ກັນ​ ເປັນ​ເຈົ້າສັດທາ ​ໃນ​ໂຄງການ​ກໍ່ສ້າງ ດັ່ງກ່າວ.
ຈຸດປະສົງການ​ສ້າງ​ ໂຮງຮຽນ​ດັ່ງກ່າວ,​ ເພື່ອ​ໃຫ້​ລູກຫລານ ຂອງ​ປະຊາຊົນ​ ແຂວງ​ຫົວພັນ ​ໄດ້​ຮໍ່າຮຽນ ຫລັກທຳ​ຄຳ​ສອນ​ ຂອງ​ພະພຸດທະ​ເຈົ້າ ​ແລະ ການ​ສຶກສາ​ ສາຍ​ສາມັນ ​ນັບ​ແຕ່ ມ5-ມ7 ​ເພື່ອ​ຝຶກ​ຝົນ​ໃຫ້​ ຢູ່​ໃນ​ສິນ​ກິນ​ໃນ​ທຳ​ ກາຍ​ເປັນ​ຜູ້​ສືບ​ທອດ ​ທາງ​ພຸດທະສາສະໜາ, ​ເປັນ​ຄົນ​ທີ່​ມີ​ຄວາມ​ຮູ້​ ດ້ານ​ການ​ສຶກສາ ​ແລະ ​ເປັນ​ຄົນ​ດີ​ຂອງ​ຊາດ ​ໃນ​ອະນາຄົດ​ ເພື່ອ​ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ ວັດທະນະທຳ ​ແລະ ຮີດຄອງ​ປະ​ເພນີ​ ອັນ​ດີງາມ​ຂອງ ​ຊາດ​ລາວ​ເຮົາ ​ໄວ້​ໃຫ້​ຍືນ​ຍົງ ​ຄຽງຄູ່​ກັບ​ຄົນ​ລາວ ​ຕະຫລອດ​ໄປ.
ຫລັງຈາກນັ້ນວັນດຽວກັນ, ທ່ານ ພັນ​ຄຳ ວິພາ​ວັນ ຮ​ອງປະທານ​ປະ​ເທດ​ ແຫ່ງ​ ສປປ ລາວ ຍັງໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ເມືອງກ້ວນ ແລະ ເມືອງຊ່ອນ ແຂວງຫົວພັນອີກດ້ວຍໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກການນຳເມືອງດັ່ງກ່າວ.
ຄັດຂ່າວຈາກ: ຫົວພັນວັນນີ້

ຫົວພັນຖິ່ນກຳ ເນີດປະຕິວັດ ສຸມພັດທະນາ 5 ທ່າແຮງ                                     ຂອງແຂວງ

                                                                      
ແຂວງ​ຫົວ­ພັນ ນັບ​ວ່າ​ເປັນ​ແຂວງໜຶ່ງ​ທີ່​ຍັງ​ມີ​ອັດ­ຕາ​ຄວາມ­ທຸກ​ຍາກ​ຂອງປະ­ຊາ­ຊົນ​ຫຼາຍ​ສົມ­ຄວນສະ­ນັ້ນເພື່ອ​ແກ້ບັນ­ຫາ​ດັ່ງ­ກ່າວກໍ​ຄື​
ປະ­ຕິ­ບັດ​ຕາມ​ແນວທາງ​ນະ­ໂຍ­ບາຍ​ຂອງ​ພັກ-ລັດ ທາງ​ແຂວງ ຈິ່ງ​ສຸມ​ໃສ່​ການ​ພັດ­ທະ­ນາ 5 ທ່າ­ແຮງ​ຫຼັກ​ຂອງ​ແຂວງ​ເປັນ­ຕົ້ນ​ຕໍໂດຍ​ສະ­ເພາະການ​ປູກ­ຝັງ, ການ​ລ້ຽງ­ສັດ, ການ­ທ່ອງ­ທ່ຽວ, ຫັດ­ຖະ­ກຳ​ທີ່​ເປັນ​ມູນ­ເຊື້ອ ແລະ ການ​ກໍ່­ສ້າງ​ເຂື່ອນ​ໄຟ­ຟ້າ​ນ້ຳ­ຕົກເພື່ອ​ຂັບເຄື່ອນ​ເສດ­ຖະ­ກິດ​ໃຫ້​ຂະ­ຫຍາຍ​ຢ່າງ​ຕໍ່ເນື່ອງ​ທີ່​ຈະ​ຊ່ວຍ​ຍູ້​ໜູນ​ເຮັດ​ໃຫ້​ຊີ­ວິດ​ການເປັນ​ຢູ່​ຂອງ​ປະ­ຊາ­ຊົນ​ມີ​ລະ­ດັບ​ທີ່​ດີ​ຂຶ້ນເທື່ອ​ລະ​ກ້າວ.
   ທ່ານ ພັນ​ທອງ ເພັດ​ໄຊ​ສົມ​ພັນ ຮອງເຈົ້າ­ແຂວງໆ​ຫົວ­ພັນໃຫ້​ຮູ້­ເມື່ອ​ບໍ່​ດົນ​ມານີ້​ວ່າ: 
ເນື່ອງ​ວ່າ​ແຂວງ​ຫົວ­ພັນ​ເປັນ​ແຂວງ ທີ່​ທຸກ​ຍາກ​ກວ່າ​ໝູ່​ໃນ​ປະ­ເທດປະ­ຈຸ​ບັນ​ມີອັດ­ຕາ​ຄວາມ­ທຸກ​ຍາກ 18% ຂອງ​ຈຳນວນ​ຄອບ­ຄົວ ເທົ່າ​ກັບ 8 ພັນ​ກວ່າ​ຄອບ­ຄົວຊຶ່ງ​ຜ່ານ​ມາ​ແຂວງ​ໄດ້​ສຸມ​ທຶນ­ຮອນເຂົ້າ​ໃສ່​ໃນ​ການ​ສ້າງ​ກິດ­ຈະ­ກຳ​ເພີ່ມ​ລາຍ​ຮັບ​ໃຫ້​ປະ­ຊາ­ຊົນ​ເຮັດ​ໃຫ້​ປະ­ຊາ­ຊົນ​ມີ​ວຽກ​ເຮັດ​ງານ​ທຳ ແລະ​ມີ​ລາຍ​ຮັບ​ເພີ່ມ​ຂຶ້ນ​ແນວ­ໃດ​ກໍ​ດີ​ເພື່ອ​ເຮັດ​ໃຫ້​ປະ­ຊາ­ຊົນພາຍໃນ​ແຂວງ​ມີ​ຊີ­ວິດ​ການ​ເປັນ​ຢູ່​ດີ​ຂຶ້ນຫຼຸດ​ພົ້ນ​ຈາກ​ຄວາມ­ທຸກ​ຍາກ​ເທື່ອ​ລະ​ກ້າວ​ແຂວງ​ໄດ້​ວາງ​ວິ​ໃສ​ທັດ​ການ​ພັດ­ທະ­ນາ​ຕາມ 5 ທ່າ­ແຮງ​ບົ່ມ​ຊ້ອນ​ຂອງ​ແຂວງເປັນ­ຕົ້ນ​ແມ່ນ​ການ​ປູກ­ຝັງ​ປູກ​ພືດ​ປອດສານ­ພິດ​ເພື່ອ​ຈຳ­ໜ່າຍ​ຕະ­ຫຼາດ​ພາຍ​ໃນ ແລະ​ສົ່ງ​ອອກ, ການ​ລ້ຽງ­ສັດໂດຍ​ສະ­ເພາະງົວ, ຄວາຍ, ໝູ ແລະ​ອື່ນໆ, ການ­ທ່ອງ­ທ່ຽວ​ຕິດ​ພັນ​ກັບ​ການ​ບໍ­ລິ­ການ​ທາງ ຜ່ານ, ຫັດ­ຖະ­ກຳ​ທີ່​ເປັນ​ມູນ­ເຊື້ອ​ເປັນ­ຕົ້ນຕ່ຳ­ຫູກ​ທໍ​ໄໝ, ການ​ຈັກ­ສານ ແລະ​ການ​ປັ້ນ​ຫຼໍ່​ຕ່າງໆ ແລະ​ການ​ກໍ່­ສ້າງ​ເຂື່ອນ​ໄຟ ຟ້າ​ນ້ຳ­ຕົກຊຶ່ງ​ປະ­ຈຸ​ບັນ​ມີ​ຫຼາຍ​ໂຄງ­ການທີ່​ກໍ່­ສ້າງ ແລະ​ກຳ­ລັງ​ກໍ່­ສ້າງ.
   ແນວ­ໃດ​ກໍ​ດີອີງ​ຕາມ​ບົດ​ສະ­ຫຼຸບ​ຂອງ ສົກ​ປີ 2014-2015  ທົ່ວ​ແຂວງ​ຫົວ­ພັນມີ​ເນື້ອ­ທີ່​ປູກ­ຝັງ​ທັງ​ໝົດ 61.162 ເຮັກ­ຕາເກັບ​ກ່ຽວ​ຜົນ​ຜະ­ລິດ​ໄດ້ 332.612 ໂຕນ ໃນ​ນັ້ນ ເນື້ອ­ທີ່​ປູກ​ເຂົ້າ​ມີ​ທັງ​ໝົດ 27.478 ເຮັກ­ຕາ ເກັບ​ກ່ຽວ​ຜົນ​ຜະ­ລິດ​ໄດ້ 1,10 ແສນ​ໂຕນ ສຳ­ລັບ​ເນື້ອ­ທີ່​ປູກ​ພືດ​ມີ 33.684 ເຮັກ­ຕາ ໃນ​ນີ້ ປູກ​ພືດ​ຕົ້ນ­ຕໍ 26.784 ເຮັກ ຕາ ຜົນ​ຜະ­ລິດ​ໄດ້ 1,78 ແສນ​ກວ່າ​ໂຕນ ແລະ​ເນື້ອ­ທີ່​ປູກ​ພືດ​ສິນ­ຄ້າ​ທົ່ວ​ໄປ 5.598 ເຮັກ­ຕາ ຜົນ​ຜະ­ລິດ​ໄດ້ 36,62 ພັນ​ໂຕນ, ສ່ວນ​ສັດ­ລ້ຽງ​ມີ​ທັງ​ໝົດ 2,79 ແສນ​ກວ່າ ໂຕ ມີ​ສັດ​ໃຫຍ່ (ງົວ ແລະ​ຄວາຍ) 1,28 ແສນ​ກວ່າ​ໂຕ ແລະ​ສັດ​ປີກ 910.101 ໂຕ.
   ທົ່ວ​ແຂວງ​ມີ​ແຫຼ່ງ​ທ່ອງ​ທ່ຽວ​ທັງ​ໝົດ 124 ແຫ່ງ ໃນ​ນັ້ນ ແຫຼ່ງ​ທ່ອງ​ທ່ຽວ​ທາງ ດ້ານ​ທຳ​ມະ​ຊາດ 37 ແຫ່ງ, ທາງ​ດ້ານ ວັດ­ທະ­ນະ­ທຳ 30 ແຫ່ງ ແລະ​ແຫຼ່ງ​ທ່ອງ ທ່ຽວ​ປະ­ຫວັດ­ສາດ 57 ແຫ່ງ ສາ­ມາດດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໄດ້​ທັງ​ໝົດ 39.341 ຄົນ ໃນ​ນັ້ນ ແຂກ​ພາຍ​ໃນ 16.400 ຄົນ ແລະ​ແຂກ​ຕ່າງ­ປະ­ເທດ 22.941 ຄົນ ໂດຍ​ສາ­ມາດ​ສ້າງ​ລາຍ​ຮັບ​ຈາກ​ການທ່ອງ​ທ່ຽວ​ໄດ້ 16,85 ຕື້​ກີບ.
   ໂດຍ​ປະ­ຈຸ​ບັນ​ຈຳ­ນວນ ບ້ານ​ທີ​ໄດ້ ຊົມ­ໃຊ້​ໄຟ­ຟ້າ​ແລ້ວ​ມີ 429 ບ້ານ ເທົ່າ​ກັບ 59,75% ຂອງ​ບ້ານທັງ​ໝົດ, ມີ 32.470 ຄົວ​ເຮືອນ ເທົ່າ​ກັບ 67,52% ຂອງ​ຄົວ​ເຮືອນ​ທັງ​ໝົດ ແລະ​ສາ­ມາດ​ຈຳ­ໜ່າຍ​ກະ­ແສ​ໄຟ­ຟ້າ​ສາ­ຂາ​ແຂວງ​ຫົວ­ພັນ ໄດ້ 24,89 ລ້ານ​ກວ່າ​ກິ​ໂລ​ວັດ (Kw)  ສາ­ມາດ​ເກັບ​ລາຍ​ໄດ້​ຈາກ​ພະ­ລັງ­ງານ ມູນ​ຄ່າ 16,25 ຕື້​ກີບ ໃນ​ນັ້ນ ການ​ຜະ­ລິດ​ຈຳ­ໜ່າຍ​ໄຟ­ຟ້າ​ນ້ຳ­ຕົກ​ປະ­ຕິ­ບັດ​ໄດ້ 775.750 ກິ​ໂລ​ວັດ ນອກ​ນັ້ນກຳ­ລັງ​ກໍ່ ສ້າງ​ເຂື່ອນ​ໄຟ­ຟ້າ​ນ້ຳ­ຕົກ 6 ແຫ່ງ​ມີ​ກຳ ລັງ​ຕິດ​ຕັ້ງ​ໄຟ­ຟ້າ​ລວມ 234 ເມ​ກາ​ວັດ ມູນ​ຄ່າ 510 ລ້ານ​ໂດ​ລາ​ສະ­ຫະ­ລັດ.

ຕາດ​ຜາ​ຫວ່າງແຫຼ່ງ​ທ່ອງ​ທ່ຽວ​ໃໝ່ຂອງເມ​ືອງ​ຊຳ​ໃຕ້, ແຂວງຫົວພັນ

ນໍ້າ­ຕົກ­ຕາດຜາຫວ່າງ ເປັນອີກແຫຼ່ງທ່ອງທ່ຽວແຫ່ງຫນຶ່ງຂອງເມືອງຊຳໃຕ້ ທີ່ໄດ້ຖືກຄົ້ນພົບ ແລະປະ­ກາດເປີດເປັນແຫຼ່ງທ່ອງທ່ຽວ
ທຳມະຊາດລະ­ດັບ ເມືອງຢ່າງເປັນທາງການ ຊຶ່ງໃນອະນາຄົດແຫຼ່ງທ່ອງທ່ຽວແຫ່ງນີ້ ອາດກາຍເປັນແຫຼ່ງທ່ອງທ່ຽວລະ­ດັບແຂວງ ແລະ ລະ­ດັບຊາດ.
      ທ່ານ ຮິນທອງ ດວງຈັນສຸກ ເຈົ້າເມືອງໆຊຳໃຕ້ ໃຫ້ຮູ້ວ່າ: ຕະ­ຫຼອດໄລ­ຍະຜ່ານມານໍ້າ­ຕົກ­ຕາດຜາຫວ່າງຕັ້ງຢູ່ໃນຂອບເຂດພື້ນທີ່ຂອງ
ບ້ານປາວເຫນືອ ຊຶ່ງເມື່ອກ່ອນບ້ານປາວເຫນືອແມ່ນບ້ານຫນຶ່ງທີ່ຂຶ້ນກັບກຸ່ມບ້ານເມືອງປາວ ແລະຂຶ້ນກັບເມືອງຊຳໃຕ້ທີ່ມີມາແຕ່ບູ­ຮານນະການ ອີງຕາມການບອກ­ເລົ່າຂອງຜູ້ເຖົ້າຜູ້ແກ່ທີ່ເລົ້າສືບ­ຕໍ່ກັນມາວ່າ: ຜູ້ທີ່ມາສ້າງເປັນບ້ານທຳອິດແມ່ນມີ 3 ຈຸ້ມຈາວຄື: ຈຸ້ມຈາວທີ 1 
ເປັນຊົນ ເຜົ່າໄຕແດງທີ່ຍ້າຍມາແຕ່ເມືອງປາວ, ຈຸ້ມຈາວທີ 2 ຍ້າຍມາແຕ່ເມືອງໂສຍ ແລະ ຈຸ້ມຈາວທີ 3 ຍ້າຍ ມາແຕ່ຮິ່ງຮ່າ ປ່າມູນ ລຽບແມ່­ນໍ້າແດງ (ພາກເຫນືອຂອງ ສສ ຫວຽດ­ນາມ ໃນປະ­ຈຸບັນ) ມາຮ່ວມກັນແລ້ວສ້າງເປັນບ້ານຂຶ້ນເມື່ອປະ­ມານປີ 1422 ໂດຍໃນເບື້ອງຕົ້ນມີ 27 ຄອບ­ຄົວ ແລະເອີ້ນຊື່ບ້ານວ່າ: ບ້ານນາຄຳ, ແຕ່ໃນໄລ­ຍະຕໍ່ມາໄດ້ປ່ຽນຊື່ບ້ານຈາກບ້ານນາຄຳມາເປັນບ້ານປາວເຫນືອ ໂດຍກຳ­ນົດຊື່ເອີ້ນຕາມສາຍນ້ຳ ເພາະວ່າບ້ານຕັ້ງຢູ່ລຽບຫ້ວຍນ້ຳປາວຕອນເຫນືອ ນອກນັ້ນຍັງມີຫ້ວຍນໍ້າຮໍຊຶ່ງ ເປັນ ຍອດ­ນໍ້າປາວທີ່ໄຫຼມາແຕ່ພູພຽງນໍ້າຍື່ງເຂດກະສອນ ໂດຍນໍ້າດັ່ງ­ກ່າວໄດ້ໄຫຼລອດຜາຫວ່າງອອກມາເປັນນໍ້າ­ຕົກ­ຕາດທີ່ສວຍງາມຊາວ­ບ້ານເຂດນີ້ເລີຍເອີ້ນຊື່ຕາມຜານໍ້າອອກມານີ້ວ່າ: ຕາດຜາຫວ່າງ ສືບ­ຕໍ່ກັນມາຈົນເຖິງປະ­ຈຸບັນ.

       ນໍ້າ­ຕົກ­ຕາດຜາຫວ່າງເປັນນໍ້າ­ຕົກ ຫີນເກັດຕັ້ງຢູ່ບ້ານປາວເຫນືອ ເມືອງຊຳໃຕ້ ຫ່າງຈາກເທ­ສະບານ ເມືອງ 30 ກິໂລແມັດ ເປັນນໍ້າຕົກຕາດອອກຈາກຮູຜາຫີນທີ່ຢຽດຍາວໄປຕາມສາຍ­ພູສູງ ແລະມີແມ່ນ້ຳໄຫຼຕະ­ຫຼອດປີເປັນນ້ຳ­ຕົກ­ຕາດທຳມະຊາດທີ່ສວຍງາມອາດເປັນອັນດັບຫນຶ່ງຂອງປະ­ເທດລາວ ມີຄວາມຍາວທັງຫມົດ 700 ແມັດ ກວ້າງສະ­ເລ່ຍ 15-20 ແມັດ ມີ 21 ພັກ ແຕ່ລະພັກມີຄຸນລັກ­ສະ­ນະຄວາມງາມແຕກຕ່າງກັນເປັນຕາດທີ່ມີສະ­ເຫນ ດຶງດູດຈິດ­ໃຈຜູ້ມາທ່ຽວຊົມ ຍ້ອນຄວາມງາມຂອງທຳມະຊາດທີ່ອຸ­ດົມ­ສົມ­ບູນໄປ ດ້ວຍຊີ­ວະນາໆພັນອາ­ໄສຢູ່ຫຼາກຫຼາຍ, ອາ­ກາດສົດ­ຊື່ນເຢັນສະ­ບາຍ, ສອງຟາກຫ້ວຍມີຕົ້ນ­ໄມ້ຫຼາຍຢ່າງຂຽວ­ງາມ, ມີສັດສາວາສິ່ງຫຼາຍຊະ­ນິດເປັນ­ຕົ້ນນົກ, ກະ ຮອກ ແລະຊະ­ນິດອື່ນໆຢ່າຫຼວງ­ຫຼາຍພິເສດແມ່ນມີໂຕທະ­ນີ 7 ໂຕແຕ່ລະມື້ຈະ ອອກມາຮ້ອງຢ່າງມີຄວາມ­ສຸກໃນຂອບເຂດບໍ­ລິ­ເວນດັ່ງ­ກ່າວ ນອກນັ້ນ ໃນຂອບເຂດນ້ຳ­ຕົກ­ຕາດຜາຫວ່າງຍັງມີຮ່ອງຮອຍທາງປະ­ຫວັດ­ສາດ, ວັດ­ທະ­ນະ­ທຳຫຼາຍຢ່າງທີ່ເປັນ­ຕາງຶດ­ງໍ້ເຊັ່ນ: ຫີນຕັ້ງ, ຫີນຫນູນີກາ (ຮູບອະໄວຍະວະເພດຍິງ-ຊາຍ ຢູ່ຮ່ວມກັນ), ມີຮອຍຕີນເຢື້ອຍ, ເຕົ່າຫີນຕີນຜາຮໍ ແລະຖໍ້າມ້າຫີນຜູ້ເຖົ້າຜູ້ແກ່ບູ­ຮານເພີ່ນເຄີຍເວົ້າກັນວ່າ: ຖໍ້າມ້າ ສາ­ລີກາບຜາຮໍ ຊຶ່ງມີຄວາມເຫມາະສົມແກ່ການໄປທ່ຽວຊົມ ແລະພັກ­ຜ່ອນໃນມື້ວັນພັກຕ່າງໆ.
      ສ່ວນສາ­ເຫດທີ່ມາຂອງຊື່ຜາຫວ່າງນັ້ນ ຕາມການບອກ­ເລົ່າຂອງຊາວ­ບ້ານໃຫ້ຮູ້ວ່າ: ແຕ່ກ່ອນຜານີ້ມີໂຕຫວ່າງຫຼາຍບວກໃສ່ກັບຜາຫີນສູງຍາວມີນໍ້າໄຫຼອອກຈາກຮູຜາໃນລະ­ດູ­ຝົນໄຫຼອອກຈາກຮູນໍ້າລອດບໍ່ທັນນໍ້າໄດ້ໄຫຼອອກຈາກຫວ່າງຜາຂອງສອງຜາຮຽງກັນຈິ່ງໄດ້ເອີ້ນຊື່­ວ່າ: ຜາຫວ່າງ.
       ທ່ານ ຮິນທອງ ດວງຈັນສຸກ ກ່າວຕື່ມອີກວ່າ: ມາຮອດຕົ້ນເດືອນພະ­ຈິກ 2015 ເມືອງໄດ້ຕັດ­ສິນໃຈມອບໃຫ້ບໍ­ລິ­ສັດບູນທະ­ວີຊັບເປັນຜູ້ລົງ­ທຶນກໍ່­ສ້າງເສັ້ນ­ທາງເຂົ້າໃສ່ຕາດດັ່ງ­ກ່າວເພື່ອສ້າງພື້ນ­ຖານ ໂຄງລ່າງໃນເບື້ອງຕົ້ນ ຊຶ່ງມີຄວາມຍາວ 4 ກິ­ໂລ­ແມັດ ເພື່ອເປັນການສ້າງເງື່ອນໄຂໃຫ້ພະ­ນັກ­ງານ, ປະ­ຊາ­ຊົນ, ແຂກຕ່າງດ້າວຊາວຕ່າງແດນໄດ້ມາທ່ຽວຊົມທິວທັດທຳມະຊາດທີ່ສວຍສົດງົດງາມສາມາດດຶງດູດເອົາບັນ­ດາແຂກພາຍໃນ ແລະ ຕ່າງ­ປະ­ເທດເຂົ້າມາທ່ຽວຊົມ.
      ແນວ­ໃດກໍດີ ການພັດ­ທະ­ນາແຫຼ່ງທ່ອງທ່ຽວນໍ້າຕົກ­ຕາດຜາຫວ່າງນີ້ ເປັນພຽງຈຸດເລີ່ມຕົ້ນເທົ່ານັ້ນ ໃນຂັ້ນຕໍ່ໄປພວກເຮົາຈະສືບ­ຕໍ່ພັດ­ທະ­ນາແຫຼ່ງທ່ອງທ່ຽວແຫ່ງນີ້ໃຫ້ກາຍ­ເປັນແຫຼ່ງທ່ອງທ່ຽວທາງທຳມະຊາດລະ­ດັບແຂວງ ແລະ ລະ­ດັບຊາດໃນອະ­ນາ­ຄົດທີ່ຖືກ­ຕ້ອງຕາມກົດ­ຫມາຍການ­ທ່ອງ­ທ່ຽວໃນພາກທີ V ຫມວດທີ 2 ວ່າດ້ວຍການພັດ­ທະ­ນາ ແຫຼ່ງທ່ອງທ່ຽວ.
       ທັງນີ້ ກໍຂໍຮຽກ­ຮ້ອງເຊີນ­ຊວນບັນ­ດາທ່ານທີ່­ຢູ່ພາຍໃນ ແລະຕ່າງ­ປະ­ເທດ ຈົ່ງພ້ອມກັນໃຫ້ຄວາມສະ­ຫນັບ­ສະ­ຫນູນໂຄ­ສະນາຊວນເຊື່ອ ພ້ອມກັນມາທ່ຽວຊົມປະກອບສ່ວນວັດ­ຖຸຈິດ­ໃຈເຂົ້າໃນການພັດທະນາແຫຼ່ງທ່ອງທ່ຽວຜາຫວ່າງຫ້ວຍຮໍແຫ່ງນີ້ ເພື່ອເຮັດໃຫ້ບັນ­ລຸຕາມຄຳຂວັນຂອງເມືອງຊຳໃຕ້ ແຂວງຫົວ­ພັນທີ່ວ່າ: “ເຊີນຊົມຕາດຜາຫວ່າງ ຜາຫນ່າງ ວີລະຊົນ ຜ້າ­ໄຫມມ້ອນຊຳໃຕ້ ປ່າ­ໄມ້ໃຫຍ່ໂລງເລງ ນໍ້າຊຳແຫຼ່ງພະ­ລັງ­ງານໄຟ­ຟ້າ ມ້າສາລີກາບຜາຮໍ ”

ເມືອງວຽງໄຊ ເອົາໃຈໃສ່ປົກປັກຮັກສາ ຮ່ອງຮອຍປະຫວັດສາດ ຕິດພັນກັບການອະນຸຮັກທໍາມະຊາດ

ເມືອງວຽງ​ໄຊ​ ແຂວງ​ຫົວ­ພັນ ​ແມ່ນ​ເມືອງ ທີ່​ມີ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ, ມີ​ຮ່ອງ­ຮອຍ​ປະ­ຫວັດສາດ​ທີ່​ສຳຄັນ​ຫຼາຍ​ແຫ່ງ ທີ່​ຕິດ​ພັນ​ກັບ​ມູນ­ເຊື້ອຂອງ​ພັກ, ມູນ­ເຊື້ອ​ການ​ຕໍ່­ສູ້​ປົດ​ປ່ອຍຊາດ​ໃນ​ພາ­ລະ­ກິດ​ປົດ​ປ່ອຍ​ຊາດ​ໃນ​ເມື່ອ​ກ່ອນ ຊຶ່ງ​ພາຍ­ຫຼັງ​ທີ​ຫັນ​ທິດ​ການ​ຕໍ່­ສູ້​ແຕ່​ຕົ້ນ​ປີ 1960 ສູນກາງ​ພັກ​ໄດ້​ເລືອກ​ເອົາ​ດິນ­ແດນ ເຂດ​ຕາ­ແສງ​ຊຽງ​ຊື່​ເປັນ​ທີ່​ຕັ້ງສຳ­ນັກ­ງານ​ຂອງ​ສູນ​ກາງ​ພັກ, ແຕ່​ຍ້ອນ​ຈັກ­ກະ­ພັດ​ອາ­ເມ­ລິ­ກາ​ຜູ້​ຮຸກ​ຮານ​ໄດ້​ໃຊ້​ຍົນ​ຍິງ​ທຳ­ລາຍເຂດ​ທີ່​ໝັ້ນ​ຂອງ​ການ​ປະ­ຕິ­ວັດ​ຢູ່ລາວ​ຫຼາຍ​ຈຸດ​ສະ­ນັ້ນ​ກາງ​ປີ 1964 ສູນ​ກາງ​ພັກ​ຈິ່ງ​ໄດ້​ຕົກ­ລົງ​ຍົກຍ້າຍ ສຳ­ນັກ­ງານ​ສູນ​ກາງ​ພັກ, ສູນກາງ​ແນວ​ລາວ​ຮັກ​ຊາດ ແລະ​ອົງການ​ອື່ນໆ ຈາກ​ບ້ານ​ຊຽງ​ຊື່​ມາ​ຢູ່ຕາມ​ຖ້ຳ​ຜາ​ຫີນ​ເຂດ​ທົ່ງ​ນາ​ໄກລ້ອງ​ກູ້​ມາ​ຮອດ​ວັນ​ທີ 30 ພະ­ຈິກ 1968 ສູນ​ກາງ​ພັກ​ຈິ່ງ​ໄດ້​ຫັ້ນ​ເອົາ 10 ຕາ­ແສງ​ຂອງ​ເມືອງ​ຊຳ​ເໜືອ ແລະ 1 ຕາ­ແສງ​ຂອງ​ເມືອງ​ໂສຍລວມ​ເປັນ
11 ຕາ­ແສງ​ໂຮມ​ເຂົ້າ ເປັນ​ເຂດ​ພິ­ເສດ​ໂດຍ​ພາຍ​ໃຕ້​ການ ຊີ້​ນຳ​ໂດຍ​ກົງ​ຂອງ​ສູນ​ກາງ​ພັກ, ພາຍ­ຫຼັງ​ທີ່​ປະ­ເທດ​ຊາດ​ໄດ້​ຮັບ ການ​ປົດ​ປ່ອຍ​ສູນ​ກາງ​ພັກ​ຈິ່ງ​ໄດ້ຍົກ­ຍ້າຍ​ສຳ­ນັກງານ, ອົງ­ການຕ່າງໆ​ໄປ​ຢູ່​ວຽງ​ຈັນ ແລະ​ໃນ​ຕົ້ນ​ປີ 1976 ສູນ​ກາງ​ພັກ​ຈິ່ງ​ໂຮມ​ເອົາ ເມືອງ​ໂສຍ​ເຂົ້າ​ກັບ​ເຂດ​ພິ­ເສດ ສ້າງ­ຕັ້ງ​ເປັນ​ເມືອງ​ສຳ­ພັນ​ຂຶ້ນ​ກັບ ແຂວງ​ຫົວ­ພັນ ແລະ​ໃນ​ທ້າຍ​ປີດຽວ​ກັນ​ກໍ​ໄດ້​ປ່ຽນ​ຊື່​ເມືອງ​ສຳ­ພັນ​ເປັນ​ເມືອງ​ວຽງ​ໄຊ​ຕາມ​ຊື່​ລັບ​ຂອງ​ທ່ານ​ປະ­ທານ ໄກ­ສອນ ພົມ­ວິ­ຫານ ຈົນ​ມາ​ເຖິງ​ປະ­ຈຸ​ບັນ​ນີ້.

     ເພື່ອ​ປົກ​ປັກ​ຮັກ­ສາ ແລະ​ເສີມ​ຂະ­ຫຍາຍ​ມູນ­ເຊື້ອ​ປະ­ຫວັດ­ສາດ​ດັ່ງ­ກ່າວ ໂດຍ​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ຄະ­ນະ​ປະຈຳ​ພັກ​ແຂວງ​ສະ­ໄໝ​ທີ VII, ການ​ຮ່ວມ​ມື​ຈາກ​ພະ­ແນກ­ການ​ກ່ຽວ­ຂ້ອງ​ຂັ້ນ​ແຂວງ, ຫ້ອງ­ການ​ກ່ຽວ­ຂ້ອງ​ຂອງ​ເມືອງ, ຄະ­ນະ​ຮັບ­ຜິດ­ຊອບ​ທຸກ​ຂັ້ນ​ຮ່ວມກັບ​ບໍ­ລິ­ສັດ​ຮົງ​ກຣາດ​ໄດ້​ພ້ອມ ກັນ​ສຳ​ຫຼວດ​ສ້າງ​ແຜນ​ແມ່​ບົດ​ພັດ ທະ​ນາ​ເມືອງ​ວຽງ​ໄຊ​ນັບ​ແຕ່​ປີ 2006-2026 ສະ­ເໜີ​ລັດ­ຖະ­ບານຮັບ­ຮອງ ແລະ​ລັດ­ຖະ­ບານ​ໄດ້ອອກ­ດຳ­ລັດ 298/ນຍ ລົງ​ວັນ​ທີ 29 ກັນ­ຍາ 2009 ຮັບ­ຮອງ​ເອົາ ເມືອງ​ວຽງ​ໄຊ​ເປັນ​ເມືອງ​ມໍ­ລະ­ດົກ ແລະ​ທຳ​ມະ​ຊາດ ຊຶ່ງ​ໃນ​ແຜນ​ພັດທະ​ນາ​ດັ່ງ­ກ່າວ​ໄດ້​ກຳ­ນົດ​ວິ­ໄສ​ທັດ ເພື່ອ​ພັດ​ທະ ນາ​ເມືອງ​ວຽງ​ໄຊ​ຢ່າງ ລະ­ອຽດ​ຄື: ສ້າງ​ເມືອງ​ວຽງ​ໄຊ​ໃຫ້ ເປັນ​ເມືອງ​ມໍລະ­ດົກ​ທາງ​ດ້ານ​ປະຫວັດ​ສາດ ແລະ​ທຳ​ມະ​ຊາດ, ເປັນເມືອງ​ອຸ­ດົມ​ຮັ່ງ­ມີ, ເມືອງ​ສຸ​ຂະ​ອະນາ​ໄມ​ດີ, ເປັນ​ຕົວ​ເມືອງ​ຍ່າງ​ທ່ຽວຊົມ ແລະ​ສະ­ຫງົບ, ສ້າງ​ເມືອງ ວຽງ​ໄຊ ໃຫ້​ເປັນ​ເມືອງ​ສີ­ຂຽວ​ສວຍງາມ.

     ທ່ານ​ເຈົ້າ­ເມືອງ​ວຽງ​ໄຊ​ຍັງ ເວົ້າ​ວ່າ​ເພື່ອ​ເຮັດ​ໃຫ້ 5 ວິ­ໄສ​ທັດ​ດັ່ງ­ກ່າວ​ປະ­ຕິ­ບັດ​ບັນ­ລຸ​ຕາມ​ຄາດໝາຍ​ທີ່​ວາງ​ໄວ້​ສະ­ນັ້ນ​ຈິ່ງ​ໄດ້​ມີການ​ກຳ­ນົດ​ບັນ­ດາ​ກິດ­ຈະ­ກຳ​ຢ່າງລະ­ອຽດ ໂດຍ​ມີ​ການ​ປະ­ສານ​ສົມທົບ​ກັບ​ບັນ­ດາ​ພາກ­ສ່ວນ​ກ່ຽວ ຂ້ອງ​ໃນ​ຂັ້ນ​ຕ່າງໆ​ໃຫ້​ກົມ­ກຽວກັນ ພ້ອມ​ນີ້​ຍັງ​ໄດ້​ລະ­ດົມ​ທຶນ​ທັງພາຍ​ໃນ ແລະ​ຕ່າງ­ປະ­ເທດ​ເຂົ້າ​ມາ ບູ­ລະ­ນະ​ປະ­ຕິສັງ­ຂອນ​ບັນ­ດາ​ຮ່ອງຮອຍ​ປະ­ຫວັດ­ສາດ​ທີ່​ຮັບ​ໃຊ້​ແກ່ການ​ປະ­ຕິ­ວັດ​ທີ່​ສຳ­ຄັນ​ຫຼາຍ​ແຫ່ງ ໃນ​ເມື່ອ​ກ່ອນ​ໄດ້​ສຳ­ເລັດ​ຫຼາຍ​ໂຄງການ​ຄື: ສຳ­ເລັດ​ການ​ບູ­ລະ­ນະ​ຖ້ຳການ​ຄ້າ, ຖ້ຳ​ແຜນ­ການ, ຖຳ​ຄະ­ນະຈັດ​ຕັ້ງ​ສູນ​ກາງ​ພັກ, ຖຳ​ຊ້າງ​ລອດ (ຖຳ​ທະ­ຫານ​ສູນ​ກາງ), ແມ່­ຍິງລາວ, ໂຮງ­ໝໍ​ມິດ­ຕະ­ພາບ, ຖ້ຳທ່ານ ໜູ​ຮັກ ພູມ​ສະ­ຫວັນ ແລະ​ຖ້ຳທ່ານ​ສຸ​ພາ­ນຸ​ວົງ, ສ້ອມ­ແປງ​ເຮືອນ ທ່ານ ປະ­ທານ ໄກ­ສອນ ພົມ­ວິ­ຫານ ແລະ​ສ້າງ​ເສັ້ນ­ທາງຍ່າງ​ເຊື່ອມ​ຕໍ່​ລະ­ຫວ່າງ​ຖ້ຳ​ຕໍ່​ຖ້ຳ​ຊຶ່ງ ມີ​ຄວາມຍາວ​ທັງ​ໝົດ 5,4 ກິ­ໂລ­ແມັດ​ນອກ­ຈາກ​ນີ້​ຍັງ​ໄດ້​ກໍ່­ສ້າງ​ໂຮງຮຽນ​ການ­ເມືອງ​ການ​ປົກ­ຄອງ ແຂວງ​ຂຶ້ນ​ທີ່​ບໍ­ລິ­ເວນ​ບ້ານ​ບັກ​ເມືອງ ເມືອງ​ໄຊ ຊຶ່ງ​ເມື່ອ​ກ່ອນ​ເປັນ​ທີ່​ຕັ້ງ ໂຮງ­ຮຽນ​ທິດ​ສະ​ດີ​ສູນ​ກາງ​ພັກແຫ່ງ​ທຳ​ອິດ ພ້ອມ​ທັງ​ປະ­ດິດ­ສະ­ຖານ​ຮູບ​ປັ້ນ​ຫຼໍ່​ຂອງ​ທ່ານ​ປະ­ທານ ໄກ­ສອນ ພົມ­ວິ­ຫານ ຂຶ້ນ​ຢູ່​ສະຖານ​ທີ່​ດັ່ງ­ກ່າວ.


     ນອກ­ຈາກ​ນັ້ນ​ຍັງ​ມີ​ບາງ​ໂຄງ ການ​ທີ່​ພວມ​ດຳ­ເນີນ​ການ​ກໍ່­ສ້າງ ເຊັ່ນ: ຖ້ຳ​ແນວ​ລາວ, ຖ້ຳ​ສັນ­ຕິລາດ, ກໍ່­ສ້າງ​ຫໍ​ມູນ­ເຊື້ອ​ຂອງ​ແຂວງ​ຕິດພັນ​ກັບ​ເຂດ​ຖ້ຳ​ຜາ​ແດງ (ສັນ­ຍາ​ລັກການ​ຮ່ວມ​ສຳ­ພັນ​ສູ້​ຮົບ​ລະ­ຫວ່າງ 2 ຊາດ​ລາວŒຫວຽດ­ນາມ​ຕ້ານ ຈັກ­ກະ­ພັດ​ຜູ້​ຮຸກ​ຮານ), ສ້າງ​ສູນ​ຂໍ້ມູນ​ຂ່າວ­ສານ ແລະ​ກໍ່­ສ້າງ​ສວນຊາ​ກຸ​ຣະ, ດຳ­ເນີນ​ການ​ສຳ​ຫຼວດອອກ​ແບບ ແລະ​ຂໍ​ທຶນເພື່ອ​ບູ​ລະນະ​ຖ້ຳ​ຈີນ, ໂຄງ­ການ​ອ່າງ​ນ້ຳ ເມືອງ​ວຽງ​ໄຊ, ໂຄງ­ການ​ສູນການ​ຄ້າ ແລະ​ໂຄງ­ການ​ສະ­ໜາມ ກີ­ລາ​ຄົບ​ວົງ​ຈອນ, ຖ້ຳ​ທ່ານ ສະໝານ ວິ​ຍະ​ເກດ, ທ່ານ ສີ​ທົນ ກົມ​ມະ​ດຳ, ທ່ານ ໄຟ​ດ່າງ ລໍ​ເບຍຢາວ, ທ່ານ ສີ­ຫະ​ນຸ ແລະ​ຖ້ຳ​ຊາວໜຸ່ມ ໂດຍ​ຕິດ​ພັນ​ກັບ​ການ​ບູ­ລະ­ນະ ບັນ­ດາ​ຮ່ອງ­ຮອຍ​ປະ­ຫວັດ​ທີ່​ສຳຄັນ​ແລ້ວ​ຍັງ​ໄດ້​ປຸກ­ລະ­ດົມ​ປະ­ຊາຊົນ, ອົງ­ການ​ກ່ຽວ­ຂ້ອງ​ຂອງ ເມືອງ​ປູກ​ຕົ້ນ­ໄມ້​ປະ­ເພດ​ຕ່າງໆ ເຊັ່ນ: ໄມ້​ອຸດ­ສາ­ຫະ­ກຳ​ໃສ່​ຕາມ​ເປີ້ນພູ​ອ້ອມ​ຂ້າງ​ເທ­ສະ​ບານ, ໄມ້​ໃຫ້ໝາກ ແລະ​ໄມ້​ປະ­ດັບ​ລຽບ​ຕາມສອງ​ຟາກ​ທາງ​ຕາມ​ຂອບ​ເຂດຕົນ​ຮັບ­ຜິດ­ຊອບ​ໄດ້​ຫຼາຍ​ພັນ​ຕົ້ນພ້ອມ​ນີ້​ໄດ້​ມອບ​ຄວາມ​ຮັບ​ຜິດຊອບ​ເປັນ​ເຈົ້າ​ການ​ໃນ​ການ​ບົວ​ລະບັດ​ຮັກ­ສາຈາກ​ບັນ­ດາ​ຜົນ­ສຳ­ເລັດ ດັ່ງ­ກ່າວ​ໄດ້​ເຮັດ​ໃຫ້​ເມືອງ​ວຽງ​ໄຊ ມີ​ໂສມ​ໜ້າ​ໃໝ່, ກາຍ­ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ທາງ​ປະ­ຫວັດສາດ, ທຳ​ມະ​ຊາດ​ທີ່​ໜ້າ​ທ່ຽວ​ຊົມ, ເປັນບ່ອນ​ສຶກ​ສາ​ຮຽນ​ຮູ້​ບົດ­ຮຽນ​ທາງ ດ້ານ​ປະ­ຫວັດ­ສາດ​ທີ່​ສຳ­ຄັນ​ຂອງ ແຂກ​ທັງ​ພາຍ​ໃນ ແລະ​ຕ່າງ​ປະເທດ.

ພິທີວາງສີລາລືກໂຄງການກໍ່ສ້າງໂຮງໝໍ ມິດຕະພາບ ແຂວງຫົວພັນ

ພິທີວາງສີລາລືກໂຄງ ການກໍ່ສ້າງໂຮງໝໍມິດຕະພາບ ແຂວງຫົວພັນ ໄດ້ຈັດຂຶ້ນໃນ ວັນທີ 3 ມັງກອນ 2016 ນີ້ ໂດຍການເຂົ້າຮ່ວມເປັນກຽດ ຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ກຳມະການກົມການ ເມືອງສູນກາງພັກ ຮອງນາຍົກ ລັດຖະມົນຕີ ປະທານຄະນະ ກຳມາທິການຮ່ວມມືລາວ- ຫວຽດນາມ, ທ່ານ ຫງວຽນ ດິ້ງຊຶ້ງ ຮອງເລຂາພັກແຂວງ ປະທານຄະນະກຳມາທິການ ປະຊາຊົນແຂວງແທັງຮວາ, ມີທ່ານລັດຖະມົນຕີຊ່ວຍວ່າການກະຊວງແຜນການ-ການລົງທຶນ, ຜູ້ຕາງໜ້າພະແນກ ການກ່ຽວຂ້ອງຂອງສອງແຂວງຫົວພັນ-ແທັງຮວາເຂົ້າຮ່ວມນຳ. 
ໂຄງການກໍ່ສ້າງໂຮງໝໍມິດຕະພາບແຂວງຫົວພັນ ເປັນໂຄງການໜຶ່ງທີ່ມີຄວາມໝາຍຄວາມສຳຄັນທີ່ສຸດ, ເປັນການປຸກສ້າງອາຄານທີ່ທັນສະໄໝ, ຄົບວົງຈອນ, ມີອຸປະ ກອນຮັບ ໃຊ້ທີ່ທັນສະໄໝ, ເນື້ອທີ່ປຸກ ສ້າງ 15.000 m2, ຈະສ້າງ ເປັນຕຶກ 9 ຊັ້ນ, ມີ 200 ຕຽງ ນອນ ເພື່ອປິ່ນປົວ ແລະ ຮັບ ໃຊ້ຄົນເຈັບ ໂດຍແມ່ນການ ຊ່ວຍ ເຫຼືອລ້າ
ຂອງລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມ ນິຍົມຫວຽດນາມ ໃນມູນຄ່າ 25 ລ້ານໂດລາສະຫະລັດ ແລະ ໂຄງການດັ່ງກ່າວຈະເລີ່ມລົງ ມືກໍ່ສ້າງນັບ ແຕ່ປີນີ້ເປັນຕົ້ນໄປ ຄາດວ່າຈະໃຫ້ສຳເລັດໃນປີ 2018. ຊຶ່ງເຈົ້າຂອງໂຄງການ ຝ່າຍລາວແມ່ນພະແນກແຜນ ການ - ການລົງທຶນແຂວງຫົວ ພັນ ແລະ ຝ່າຍຫວຽດນາມ ແມ່ນຄະນະກຳມະການປະຊາ ຊົນແຂວງແທັງຮວາ, ເມື່ອໂຄງ ການກໍ່ສ້າງໂຮງໝໍມິດຕະພາບ ແຫ່ງນີ້ສຳເລັດ ຈະກາຍເປັນ ບ່ອນປິ່ນປົວດ້ານສຸຂະພາບ ຂອງຄົນພາຍ ໃນແຂວງ, ບັນ ດາແຂວງໃກ້ຄຽງ ແລະ ພີ່ນ້ອງ ຊາວຫວຽດນາມ ທີ່ມາທຳມາ ຫາກິນຢູ່ແຂວງຫົວພັນ.
ການຊ່ວຍເຫຼືອໂຄງການ ກໍ່ສ້າງໂຮງໝໍແຫ່ງນີ້ ຖືວ່າ ເປັນການຊ່ວຍເຫຼືອດ້ວຍມູນ ຄ່າທີ່ສູງກວ່າໝູ່ໃນທຸກໂຄງ ການ ທີ່ໄດ້ຊ່ວຍເຫຼືອແກ່ແຂວງ ຫົວພັນໃນຜ່ານມາ ແລະ ຕ້ອງໃຫ້ບັນລຸຕາມຄາດໝາຍທີ່ສອງລັດຖະບານລາວ - ຫວຽດນາມ ວາງໄວ້. ນອກຈາກວຽກ ງານທາງດ້ານວັດຖຸ ແລະ ຈິດໃຈ, ຮັບໃຊ້ວຽກງານກວດປິ່ນປົວສຸຂະພາບ ແລ້ວ ຍັງເປັນການຫັນຮູບແບບການປ່ຽນ ແປງໄປສູ່ຄວາມທັນສະໄໝ ທາງດ້ານລະບົບສາທາລະນະ ສຸກຂອງແຂວງ, ແນໃສ່ຕອບ ສະໜອງຄວາມຮຽກຮ້ອງຕ້ອງ ການ, ໃນການດູແລສຸຂະພາບ ໃຫ້ປະຊາຊົນໃນອະນາຄົດ ອີກດ້້້ວຍ.
ໂອກາດດຽວກັນນີ້ ທ່ານ ຫງວຽນດິ້ງຊຶ້ງ ຕາງໜ້າໃຫ້ຄະ ນະພັກ ອຳນາດການປົກຄອງ  ແຂວງແທັງຮວາ ມອບເງິນຈຳນວນ 200 ລ້ານດົງແກ່ແຂວງ ຫົວພັນ, ກ່າວຮັບ ໂດຍທ່ານ ຄຳວອນ ບຸນທະວົງ ຮອງເລຂາ ພັກແຂວງປະທານສະພາປະ ຈຳເຂດເລືອກຕັ້ງທີ 8 ແຂວງ ຫົວພັນ.

No comments:

Post a Comment

ຟອມເກັບລາຍຊື່ຫ້ອງ GEO IT 18 A